Escape to Taiwan, April 2019.
Escape Vientiane ໄປທີ່ ໄທເປ (Taipei) ແລະ ເກົ້າສົງ (Kaoshiung), ໃຕ້ຫວັນ
Day 0: ເກັບກະເປົາ ແລະ ກ້ອງ ໄປໄທເປ
ເລີ້ມຕົ້ນການເດີນທາງ, ເຊີ່ງການໄປໄທເປຄັ້ງນີ້ຜູ້ຂຽນໄດ້ໃຊ້ບໍລິການຂອງສາຍການບີນ Scoot Air ທີ່ມີບິນຕົງຈາກນະຄອນຫຼວງວຽງຈັນໄປສິງກະໂປ ແລ້ວຜູ້ຂຽນໄດ້ຕໍ່ຍົນໄປ ໄທເປ ສະໜາມບິນເຖົາຫຍ່ວນ (Taoyuan International Airport). ສໍາລັບປີ້ຍົນໄປກັບແລ້ວແມ່ນຕົກຢູ່ທີ່ 361$.
ເຖິ່ງວ່າປີ້ຍົນຈະຊື້ເອງແຕ່ເຮົາກະຂໍຂອບໃຈທາງ Scoot Air ສໍາລັບການເດີນທາງທີ່ສະບາຍ ແລະ ປອດໄພ.
ຍົນຂື້ນຈາກນະຄອນຫຼວງວຽງຈັນແມ່ນ 13:30 ແລ້ວໄປຮອດ ສິງກະໂປ 18:00, ແລ້ວຕ້ອງໄດ້ຖ້າຍົນຖ່ຽວຕໍ່ໄປຕອນ 00:50 ເລີຍໄດ້ມີເວລາອອກໄປຫາກິນເຂົ້າກັບໝູ່ຄົນສິງກະໂປ.
ແລ້ວຫຼັງຈາກນັ້ນກໍ່ກັບໄປເດີນບິນເລີຍ.
Day 1: ໄທເປປປປປປປ!!! ໄປ!!!
ຍົນເດີນທາງອອກຈາກສິງກະໂປ 00:50 ແລ້ວຮອດໄທເປຕອນ 4:50. ແຕ່ນອນບໍ່ຄ່ອຍອິ່ມເລີຍ ແຕ່ໄປເລາະຕໍ່ໄດ້. ໄປປປປ!
Day 2: Downsouth to Kaohsiung
ຮອດເວລາຍ້າຍເມືອງລົງໃຕ້ເພື່ອໄປເມືອງເກົາສົງ, ການເດີນທາງຄັ້ງນີ້ແມ່ນເດີນທາງໂດຍລົດແມ ເຊິ່ງໃຊ້ເວລາປະມານ 4 ຊົ່ວໂມງ. ລາຄາແມ່ນ 590NTD ຕໍ່ຖ້ຽວ.
ຫຼັງຈາກທີ່ຮອດແລ້ວກໍ່ກິນເຂົ້າສວາຍທີ່ຮ້ານ LAB146.
ຫຼັງຈາກນັ້ນກໍ່ໄປເລາະຕໍ່.
Day 3: A Day in Kaohsiung
ມື້ທີ່ສອງໃນເກົ້າສົງ ທ່ຽວໝົດມື້ແລ້ວເດີນທາງກັບ ໄທເປ 4 ໂມງ ດ້ວຍລົດເມ.
ຍັງມີອີກຫຼາຍບ່ອນທີ່ຕ້ອງໄປໃນເກົ້າສົງ ແຕ່ເວລາບໍ່ພໍ ເອົາເປັນວ່າເຈີກັນຄັ້ງໜ້າ. ຕໍ່ໄປເດີທາງກັບ ໄທເປ.
Day 4: Treking, Music and Drink
ໃຜວ່າມາຫາໄຟແສງສີທີ່ໄທເປ…ຂໍຍ່າງເຂົ້າປ່າ ແລະ ປີນພູກ່ອນ. ເທິງພູຍັງມີເຂົາ ແລ້ວ ເຮົາເດມີໃຜ?
ຫຼັງຈາກເດີນປ່າແລ້ວ ກໍ່ໄດ້ລົງໄປທີ່ເມືອງ ຕາມສຸຍ (Tamsui)
ກັບໄປໄທເປເພື່ອ….. local signature drink
Day 5: Typical Tourist Day.
ມື້ນີ້ຂໍເປັນນັກທ່ອງທ່ຽວປົກກະຕິຄົນໜື່ງ, ໄປ Yehliu Geopark!!!
Day 6: Roam last day.
ມື້ສຸດທ້າຍແລ້ວສໍາລັບການເດີນທາງຄັ້ງນີ້, ຂໍໂຕໄປເກັບ bucket list ໃຫ້ຄົບກ່ອນກັບ.
ຫຼັງຈາກທີ່ລົງຈາກ Elephant mountain ແລ້ວກໍ່ໄປ Shifen.
ຫຼັງຈາກກັບຈາກຊິເຝີນກໍ່ເດີນທາງໄປເດີ່ນບິນເພື່ອຂື້ນຍົນກັບບ້ານ. ເຊີ່ງຕອນກັບແມ່ນໄດ້ກັບໂດຍສາຍການບິນ Scoot Air.
ຂໍຂອບໃຈສໍາລັບທຸກຄົນທີ່ອ່ານມາຈົນຈົບ, ຂໍຝາກຕິດຕາມນໍາກັນວ່າ Escape Vientiane ຈະພາໄປໃສ່ຕໍ່.