ເພີ່ມສະມາທິ ແລະປະສິດທິພາບການເຮັດວຽກດ້ວຍ Pomodoro Technique

ມື້ນີ້ມາແນະນຳເທັກນິກການບໍລິຫານເວລາໃນການເຮັດວຽກ ທີ່ສາມາດເຮັດໃຫ້ວຽກສຳເລັດໄວ ແລະເພີ່ມປະສິດທິພາບຫລາຍຂື້ນ ຍັງສາມາດໃຊ້ໃນການຮຽນໄດ້ນຳ ເທັກນິກນີ້ຊື່ວ່າ: Pmodoro Technique

ວິທີນີ້ຜູ່ຂຽນໄດ້ທົດລອງໃຊ້ກັບຕົວເອງມາໄດ້ຫລາຍເດືອນແລ້ວ ປະກົດວ່າໄດ້ຜົນເປັນຢ່າງດີເຫັນແບບນີ້ແລ້ວຜູ່ຂຽນກໍຢາກແບ່ງປັນໃຫ້ຄົນອື່ນຮູ້ນຳ ເລີຍຂຽນເປັນບົດຄວາມໃຫ້ອ່ານໄດ້ກັນ

Pomodoro Technique ແມ່ນຫຍັງ ?

ຄຳວ່າ pomodoro ມາຈາກພາສາອິດຕາລີແປວ່າ ຫມາກເລັ່ນ ເປັນເທັກນິກການບໍລິຫານເວລາເພື່ອເພີ່ມປະສິດທິພາບໃນການເຮັດວຽກ ໂດຍການແບ່ງວຽກອອກເປັນສ່ວນຍ່ອຍໆທີ່ໃຊ້ເວລາປະມານ 25 ນາທີເອີ້ນວ່າ 1 Pomodoro ແລ້ວຂັ້ນດ້ວຍການພັກ 5 ນາທີ ວີທີນີ້ຖືກຄິດຄົ້ນໂດຍ Francesco Cirillo ທ້າຍປີ 80 ໃນເບື້ອງຕົ້ນວິທີນີ້ຖືກໃຊ້ໃນການອອກແບບ ແລະພັັັດທະນາຊອບແວ

ມີຂັ້ນຕອນແນວໃດ ?

ສຳລັບວິທີການກໍງ່າຍໆຕາມປະຕິບັດຕາມລຸ່ມນີ້ໄດ້ເລີຍ

  1. ແຕກວຽກອອກເປັນສ່ວນຍ່ອຍໆວ່າຕ້ອງເຮັດຫຍັງແນ່ເພື່ອໃຫ້ວຽກເຮົາສຳເລັດ ແລ້ວຂຽນລົງໃສ່ເຈ້ຍເຮັດເປັນ Todo List ໄວ້
    ຕົວຢ່າງ: ການຂຽນບົດຄວາມອາດຈະແບ່ງເປັນ ຫາຂໍ້ມູນ, ຂຽນເປີດຫົວເລື່ອງ, ເດີນເລື່ອງ, ສະຫລຸບເລື່ອງ, ເພີ່ມຮູບພາບປະກອບ ແລະກວດແກ້
  2. ປິດກັ້ນທຸກຢ່າງທີ່ຈະເປັນການລົບກວນການເຮັດວຽກເຮົາ ເຊັ່ນ: ອິນເຕີເຮັດ ຫລືໂທລະພາບ ແລ້ວຕັ້ງເວລາປຸກໂດຍ 1 Pomodoro ປົກະຕິຈະປະມານ 25 ນາທີ
  3. ເຮັດວຽກຈົນກວ່າຈະຫມົດເວລາ 25 ນາທີ ໃນຕອນນີ້ຫ້າມບໍ່ໃຫ້ມີສິ່ງໄດ້ມາລົບກວນເຮົາໄດ້ ຖ້າມີໃຫ້ເອົາໄວ້ເຮັດຕອນພັກ
  4. ເມື່ອໂມງປຸກດັງຂື້ນແລ້ວກໍເອົາເຈ້ຍທີ່ເຮົາຈົດ Todo List ໃນຂັ້ນຕອນທີ່ 1 ມາຕິກໃສ່ວຽກທີ່ເຮົາເຮັດສຳເລັດແລ້ວ
  5. ຫລັງຈາກນັ້ນໃຫ້ພັກປະມານ 5 ນາທີສາມາດເຮັດສິ່ງທີ່ຢາກເຮັດຕາມໃຈໄດ້ ທີ່ບໍ່ເປັນລັກສະນະຄືການເຮັດວຽກ
  6. ເມື່ອເຮັດຈົນຄົບ 4 Pomodoro ແລ້ວໃຫ້ຍາວປະມານ 15–30 ນາທີແລ້ວຈຶ່ງກັບມາເຮັດວຽກຕໍ່

ມັນຊ່ວຍເຮົາແນວໃດ ?

  • ການໄດ້ພັກຈະເຮັດໃຫ້ເຮົາມີພະລັງຫລາຍຂຶ້ນ ຮູ້ສຶກສົດຊື່ນພ້ອມທີ່ຈະກັບມາເຮັດວຽກຕໍ່
  • ເຮົາມີສະມາທິຫລາຍຂຶ້ນ ສາມາດຕັດສິ່ງລົບກວນອອກໄປໄດ້ ວຽກກໍແລ້ວໄວ
  • ຊ່ວຍເພີ່ມກຳລັງໃຈໃນການເຮັດວຽກ ເພາະແທນທີ່ຈະເຮັດວຽກຫລາຍຊົ່ວໂມງຕໍ່ເນືອງ ກໍເຫລືອພຽງແຕ່ 25 ນາທີແລ້ວກໍຢຸດພັກເຮັດສິ່ງຢາກເຮັດໄດ້
  • ຊ່ວຍເລື່ອງພັດວັນປະກັນພຸ່ງໄດ້ ເພາະເຮົາແບ່ງວຽກອອກເປັນສ່ວນຍ່ອຍໆ ຄົນເຮົາມັກຫຍັງທີ່ມັນນ້ອຍໆງ່າຍໆ

ເຫມາະກັບໃຜແນ່ ?

  • ນັກຂຽນ
  • ນັກພັດທະນາຊອບແວ
  • ນັກຮຽນ
  • ນັກອອກແບບ
  • ຜູ່ຈັດການ
  • ນັກກົດຫມາຍ

ນອກຈາກນີ້ຄົນທີ່ເຮັດວຽກດ້ານອື່ນໆກໍສາມາດນຳໄປປະຍຸກໃຊ້ງານໄດ້ເຊັ່ນກັນ

ແນະນຳຊອບແວ

ສະລັບໃຜທີ່ບໍ່ຢາກຂຽນໃສ່ເຈ້ຍກໍຍັງມີແອັບຯໃຫ້ຕິດຕັ້ງໄດ້ ໂດຍຜູ່ຂຽນຈະແນະນຳແອັບຯທີ່ຜູ່ຂຽນໃຊ້ຢູ່ຄື Pomotodo ເຊິ່ງໄດ້ລອງໃຊ້ຫລາຍອແອັບຯແລ້ວແຕ່ມັກໂຕນີ້ຫລາຍທີ່ສຸດເພາະມັນໃຊ້ງ່າຍ ແຖມມີປະຫວັດ ແລະເສັ້ນສະແດງການເຮັດວຽກໃຫ້ນຳອີກ ສາມາດດາວໂຫລດຕາມລິ້ງນີ້ເລີຍ https://goo.gl/KaV39A

ສະຫລຸບ

ຈາກປະສົບການທີ່ຜູ່ຂຽນໃຊ້ເທັກນິກນີ້ກັບການຮຽນ ຫລືເຮັດວຽກໄດ້ປະມານ 4 ເດືອນ ໄດ້ຄົ້ນພົບວ່າ ວິທີນີ້ມັນສຸດຍອດຫລາຍ

ຈາກທີ່ຜູ່ຂຽນນັ່ງຢູ່ຫນ້າຄອມຕໍ່ເນືອງຫລາຍໆຊົ່ວໂມງກໍເຮັດໃຫ້ເມື່ອຍ ແລະປວດຕາເມື່ອໃຊ້ວິທີນີ້ ມັນຊ່ວຍແກ້ບັນຫານີ້ໄດ້ ແລະຂໍ້ດີອື່ນໆຕາມທີ່ກ່າວມາຂ້າງເທິງຈຶ່ງຢາກລອງໃຫ້ຜູ່ອ່ານໄດ້ເອົາໄປລອງໃຊ້ເບິ່ງ

ແຕ່ຂໍ້ເສຍ ມັນກໍມີຄືໃນ 25 ນາທີບາງຄົນກຳລັງມີສະມາທິເຮັດວຽກໄດ້ດີ ແຕ່ພັດຕ້ອງມາຢຸດພັກເຮັດໃຫ້ຂັດຈັງຫວະການເຮັດວຽກ ແຕ່ວິທີແກ້ຄືໃຫ້ສັງເກດວ່າ 1 Pomodoro ຂອງຕົວເຈົ້າເອງປະມານຈັກນາທີ ອາດຈະເປັນ 30 ຫລື 40 ນາທີຈຶ່ງພັກກໍໄດ້ເພາະມັນບໍ່ຕາຍຕົວສາມາດຢືດຢຸ່ນໄດ້

ອ້າງອີງ:

http://cirillocompany.de/pages/pomodoro-technique/

http://lifehacker.com/productivity-101-a-primer-to-the-pomodoro-technique-1598992730

http://www.lifehack.org/articles/productivity/the-pomodoro-technique-is-it-right-for-you.html

Related


Originally published at www.thanongsine.com on February 24, 2017.

The Story For Lao

Thanongsine Chantakham

Written by

Programmer who like to take photos, reading, teaching, writing, traveling…

The Story For Lao

The Story For Lao ມີເປົ້າຫມາຍໃນການສ້າງເນື້ອຫາພາສາລາວ ທີ່ມີຄຸນນະພາບ ແລະ ຄຸນຄ່າເພື່ອສັງຄົມລາວ

Welcome to a place where words matter. On Medium, smart voices and original ideas take center stage - with no ads in sight. Watch
Follow all the topics you care about, and we’ll deliver the best stories for you to your homepage and inbox. Explore
Get unlimited access to the best stories on Medium — and support writers while you’re at it. Just $5/month. Upgrade