ການຕິດຕັ້ງ Laravel 5.6

Thongdam khamsena
VtCamp
2 min readMay 20, 2018

--

ໃນບົດຮຽນນີ້ເຮົາມາຕິດຕັ້ງ Laravel ຜ່ານໂປຣແກຣມ Composer

ຄວາມຕ້ອງການຂອງລະບົບ

ສຳຫລັບການໃຊ້ງານ Laravel ນັ້ນມີຄວາມຕ້ອງການ PHP ແລະPHP Extension ຕ່າງໆດັງນີ້

  • PHP >= 7.1.3
  • OpenSSL PHP Extension
  • PDO PHP Extension
  • Mbstring PHP Extension
  • Tokenizer PHP Extension
  • XML PHP Extension
  • Ctype PHP Extension
  • JSON PHP Extension

ການສ້າງ Project ໃໝ່

ການສ້າງ Project ໃໝ່ນັ້ນເຮັດໄດ້ 2 ວິທີ ຄື ສ້າງ Project ຜ່ານ laravel installer ແລະສ້າງ Project ຜ່ານ Composer

ການສ້າງ Project ຜ່ານ Laravel installer

ການສ້າງ Project ຜ່ານ laravel install ນັ້ນຈະຕ້ອງຕິດຕັ້ງ laravel installer ກ່ອນ ຜ່ານ composer ໂດຍພີມຄຳສັ່ງ ດັງນີ້

composer global require "laravel/installer"

ເມື່ອເຮົາຕິດຕັ້ງສຳເລັດແລ້ວເຮົາຈະເຫັນໜ້າຈໍລັກສະນະດັງນີ້

ຈາກນັ້ນພີມຄຳສັ່ງໃນການສ້າງ Project ຜ່ານ Laravel installer

ໝາຍເຫດ ຕ້ອງເຂົ້າໄປ folder root ຂອງ web server ກ່ອນ

laravel new laravel-blog

laravel-blog ຄືຊື່ Project

ເມື່ອເຮົາເປິດເບິ່ງ folder Project ເຮົາຈະເຫັນໄຟຕ່າງໆດັງນີ້

ການສ້າງ Project ຜ່ານ composer create-project

ສຳຫລັບການສ້າງ project ຜ່ານ ສາມາດເຮັດໄດ້ໂດຍພີມຄຳສັ່ງດັງນີ້

composer create-project --prefer-dist laravel/laravel blog

ເຮົາຈະເຫັນໜ້າຈໍ cmd ແບບນີ້

ເມື່ອເຮົາເປິດເບິ່ງ project ຈະເຫັນໂຄງສ້າງຂອງລະບົບດັງນີ້

ການເປິດໜ້າ Web Application

ສຳຫລັບການເປິດໜ້າ Web Application ສາມາດເຮັດໄດ້ 2 ແບບຄື ແບບທີ່ເຮົາໃຊ້ໂປຣແກຣມຈຳລອງເຄື່ອງເຮົາເປັນ server ແລະ local development server

ໃຊ້ໂປຣແກຣມຈຳລອງເຄື່ອງເປັນ server

ເຊັ່ນ MAMP WAMP XAMPP ເປັນຕົ້ນ ກໍ່ສາມາດເປິດ localhost/project ໄດ້ເລີຍ ໂຕຢ່າງເຊັ່ນ http://localhost/laravel-blog ຈະເຫັນລາຍການໄຟຕ່າງໆດັງນີ້

ເມື່ອເຮົາຄິກເຂົ້າໄປ folder public ກໍ່ຈະເຫັນ web application ດັງນີ້

ເປັນອັນສຳເລັດໃນການເປິດໜ້າ web application ໂດຍໃຊ້ການຈຳລອງ ເຄື່ອງເປັນ web server ດ້ວຍໂປຣແກຣມຕ່າງໆ ດັງທີ່ເຮົາໄດ້ເວົ້າໄວ້ກ່ອນໜ້ານີ້

ໃຊ້ local development server

ການໃຊ້ local development server ສາມາດເຮັດໄດ້ຜ່ານ artisan ໂດຍພີມຄຳສັ່ງໃນ folder project ດັງນີ້

ຫລັງຈາກນັ້ນເຮົາມາທົດສອບໂດຍພີມ http://localhost:8000/ ຫຼື http://127.0.0.1:8000/ ກໍ່ຈະເຫັນຫນ້າ web application ທັນທີ ດັງນີ້

ຂອບໃຈທີ່ທຸກຄົນໃຫ້ຄວາມສົນໃນການຮຽນຮູ້ແລ້ວພົບກັນໃໝ່ ຂໍໃຫ້ມີຄວາມສຸກກັບການຮຽນຮູ້

--

--