ຕິດຕັ້ງ TensorFlow GPU ໃນລະບົບປະຕິບັດການ Windows 10

xangnam phiasakha
VtCamp
Published in
3 min readJul 8, 2018
https://cdn-images-1.medium.com/max/800/1*By8YS3p0DAFLA27Phy-A9w.png

ໃນປະຈຸບັນຄົງປະຕິເສດບໍ່ໄດ້ທີ່ເທນການພັດທະນາ AI ຫຼື ML ຈະມາແຮງແຊງທາງໂຄງເລີຍເປັນສິ່ງທີ່ນັກພັດທະນາທີ່ດີຈຳຕ້ອງສຶກສາແລະຮຽນຮູ້ຕິດໂຕເອົາໄວ້ເພາະມັນຈະມາປະຕິວັດໂລກນີ້ບໍລິສັດໃຫຍ່ໆໃນໂລກກໍ່ເອົາ AI ໃສ່ເຂົ້າໄປໃນຜະລິດຕະພັນຂອງຕົນເຊັ່ນ google, Facebook, Microsoft, …etc

ໃນສ່ວນຂອງການພັດທະນາ AI ກໍ່ມີ Framework ເກີດຂຶ້ນຫຼາກຫຼາຍແຕ່ໃນນັ້ນກໍ່ມີ Framework ທີ່ໄດ້ຮັບຄວາມນິຍົມຈາກນັກວິໄຈ ແລະ developer ຈາກທົ່ວໂລກນັ້ນກໍ່ຄື TensorFlow ພັດທະນາໂດຍ google ແລະ ເປັນ open source ທີ່ໃຫ້ທຸກເພດ ທຸກໄວ ເອົາໄປໃຊ້ກັນ free ເລີຍແລະເພື່ອເປັນການເລີ່ມຕົ້ນບົດຄວາມ Machine leaning(ML) ເຮົາຈະມາຕິດຕັ້ງ TensorFlow ສຳລັບໃຊ້ພັດທະນາ Machine Leaning ໂດຍເຮົາຈະໃຊ້ TensorFlow ສຳລັບ GPU ເພື່ອການ train ML ໃຫ້ໄວຂື້ນກວ່າການໃຊ້ CPU ແລະ ຕ້ອງຂອບໃຈ Gamer ທີ່ເຮັດໃຫ້ GPU ທີ່ມີຂາຍຢູ່ໃນປັດຈຸບັນມີພະລັງການປະມວນຜົນທີ່ສູງ

ຕິດຕັ້ງ TensorFlow GPU

ໃນການຕິດຕັ້ງ TensorFlow ປະມວນຜົນໃນ GPU ນັ້ນກ່ອນອື່ນຕ້ອງແນ່ໃຈວ່າ GPU ທີ່ເຮົາມີນັ້ນ Support ເຊິ່ງ TensorFlow support NVIDIA ແລະ ເຮົາຕ້ອງຕິດຕັ້ງ tool kit ຂອງ NVIDIA ເພື່ອການປະມວນຜົນ deep leaning

ຕິດຕັ້ງ Python

ກ່ອນອື່ນໝົດຕ້ອງຕິດຕັ້ງ Python ເຊິ່ງໃນລະຫວ່າງທີ່ຂຽນ blog ຢູ່ນີ້ Tensorflow gpu support python version 3.5.x ແລະ 3.6 x ກໍ່ໃຫ້ໄປ download ແລະ ຕິດຕັ້ງໄດ້ເລີຍຈາກເວັບຫຼັກຂອງ python

ຕິດຕັ້ງ CUDA version 9.0

ກ່ອນອື່ນຕ້ອງແນ່ໃຈວ່າ CUDA support GPU ທີ່ເຮົາໃຊ້ຢູ່ເຊິ່ງສາມາດໄປກວດສອບໄດ້ ທີ່ນີ້ ນະປັດຈຸບັນທີ່ຂຽນ blog ຢູ່ນີ້ TensorFlow version 1.8 support CUDA 9.0 ຖ້າໃຊ້ version ທີ່ຕຳກວ່າຫຼືສູງກວ່ານີ້ແມ່ນບໍ່ support ເມື່ອຮູ້ແນວນັ້ນກໍ່ໄປ download ທີ່ NVIDIA CUDA ເລືອກ download 9.0

ຫຼັງຈາກນັ້ນກໍ່ຕິດຕັ້ງຄື program ທົ່ວໄປ next-next-finish (ບໍ່ມີຫຍັງຍາກ)

ຕິດຕັ້ງ cuDNN v7.0

ຫຼັງຈາກຕິດຕັ້ງ CUDA ແລ້ວກໍ່ໄປ download cuDNN ຈາກ ທີ່ນີ້ ເຊິ່ງມີການລົງທະບຽນກໍ່ລົງໄປເລີຍແລ້ວກໍ່ເລືອກ download cuDNN version ທີ່ support CUDA 9.0 ເຊິ່ງຜູ້ຂຽນເລືອກ version 7.0.5 ແລ້ວກໍ່ຕິດຕັ້ງ(Next-Next-Finish) ກໍ່ເປັນອັນສຳເລັດ

ຕິດຕັ້ງ Driver ຂອງ GPU ທີ່ໃຊ້

ຂັ້ນຕອນນີ້ກໍ່ບໍ່ມີຫຍັງຍາກກໍ່ກວດສອບວ່າ computer ຂອງເຮົາມີ driver ຂອງ GPU ທີ່ໃຊ້ນັ້ນຫຼືບໍ່ຖ້າບໍ່ກໍ່ຕິດຕັ້ງ driver ໃຫ້ແລ້ວ ຫຼື ຖ້າໃຊ້ Windows 10 ກໍ່ update ເທົ່ານີ້ກໍ່ສາມາດໃຊ້ໄດ້ແລ້ວ

ຕິດຕັ້ງ TensorFlow-GPU

ເມື່ອຕິດຕັ້ງທັງໝົດຂ້າງເທິງສຳເລັດແລ້ວກໍ່ເປັນການຕິດຕັ້ງ TensorFlow GPU ໂດຍການຕິດຕັ້ງກໍ່ງ່າຍແສນຈະງ່າຍກໍ່ໃຫ້ເປີດ Terminal ຂຶ້ນມາແລ້ວກໍ່ run command ດັ່ງນີ້

$ pip3 install --upgrade tensorflow-gpu // for gpu

ຖ້າຈົນສຳເລັດກໍ່ເປັນໃຊ້ໄດ້ແລ້ວ ແຕ່ສຳລັບໃຜທີ່ໃຊ້ CPU Pentium ໃຫ້ຕິດຕັ້ງ Tensorflow-gpu version 1.5 ເພາະສູງກວ່ານັ້ນບໍ່ support(WT F)

$ pip3 install --upgrade tensorflow-gpu==1.5

ທົດລອງ Run TensorFlow for GPU

ເປີດ Terminal ຂື້ນມາແລ້ວພິມ python

ຫຼັງຈາກນັ້ນກໍ່ພິມຄຳສັ່ງດັ່ງຕໍ່ໄປນີ້

import tensorflow as tf
print(tf__version__)

ຖ້າບໍ່ມີ error ຫຍັງອອກມາກໍ່ເປັນອັນສຳເລັດ

ຖ້າຕ້ອງການກວດສອບວ່າ computer ເຮົາມີ GPU ເທົ່າໃດກໍ່ run ຄຳສັ່ງຂອງ python ນີ້ໄດ້ເລີຍ

from tensorflow.python.client import device_lib

device_lib.list_local_devices()

ຜົນໄດ້ຮັບກໍ່ຈະປະມານນີ້

[{
name: "/device:CPU:0",
device_type: "CPU",
memory_limit: 268435456,
locality {},
incarnation: 12584189039274141042
},{
name: "/device:GPU:0",
device_type: "GPU",
memory_limit: 3252486144,
locality {
bus_id: 1,
links {}
},
incarnation: 16344452236433767630,
physical_device_desc: "device: 0, name: GeForce GTX 1050, pci bus id: 0000:01:00.0, compute capability: 6.1"
]

ກໍ່ເປັນອັນວ່າສຳເລັດການຕິດຕັ້ງ Tensorflow for gpu ແລ້ວຂັ້ນຕອນຕໍ່ໄປກໍ່ໄປສຶກສາ tensorflow ແລະ model ຕ່າງໆ ແລ້ວພົບກັນໃນບົດຄວາມຕໍ່ໄປ

--

--