ສະຫຼຸບ Web Trend ໃນປີ 2018

phatsss
VtCamp
Published in
2 min readDec 20, 2018

ກ່ອນຈະກ້າວເຂົ້າສູ່ປີ 2019 ເຮົາລອງມາເບິ່ງ Trend ຂອງສາຍພັດທະນາເວບໄຊກັນເບິ່ງວ່າມີຫຍັງແນ່ທີ່ຖືກເວົ້າເຖິງໃນປີທີ່ຜ່ານມາ ແລະ ມີ Technology ໃດແນ່ທີ່ນ່າຈັບຕາ.

Photo by Hal Gatewood on Unsplash

1.Basic

-HTML

-CSS

-JavaScript

ບໍ່ວ່າຈະເປັນປີໃດພຶ້ນຖານເຫຼົ່ານີ້ກໍ່ຍັງສໍາຄັນສະເໝີເພາະວ່າການທີ່ຈະພັດທະນາຄວາມຮູ້ຄວາມສາມາດໃຫ້ກ້າວຂຶ້ນສູ່ລະດັບສູງນັ້ນກ່ອນອື່ນໝົດກໍ່ຍ່ອມຕ້ອງການພຶ້ນຖານທີ່ດີ,ຖ້າສຶກສາບັນດາພຶ້ນຖານເຫຼົ້ານີ້ໃຫ້ເຂົ້າໃຈຢ່າງເລິກເຊິ່ງແລ້ວ ມັນກໍ່ບໍ່ຍາກເລີຍທີ່ທ່ານຈະພັດທະນາຕໍ່ຍອດຄວາມຮູ້,ຄວາມສາມາດໄປສູ່ລະດັບສູງ.

ຢ່າລືມວ່າ ”ພູເຂົາຍິ່ງສູງ ຖານຍິ່ງກວ້າງ”

2.NodeJS

ເມື່ອເວົ້າເຖິງ NodeJS ກໍ່ຄົງຈະເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກ, ເນື່ອງຈາກຄວາມ Powerful ຂອງ NodeJS ເອງຈຶ່ງເຮັດໃຫ້ມັນໄດ້ຮັບຄວາມນິຍົມຫຼາຍຕະຫຼອດມາ ແລະ ນອກຈາກມັນຈະເປັນມິດກັບສາຍ Dev ແລ້ວມັນເປັນມິດທີ່ດີຕໍ່ກັບຜູ້ທີ່ກຳລັງສຶກສາຢູ່ເຊັ່ນກັນເພາະວ່າຂ້ອນຂ້າງຈະເຂົ້າໃຈງ່າຍສົມຄວນ ທີ່ສຳຄັນຂໍ້ມູນກ່ຽວກັບ NodeJS ເທິງອິນເຕີເນັດກໍ່ມີຫຼາຍ. ດັ່ງນັ້ນ, ບໍ່ຕ້ອງຫ່ວງວ່າຈະພົບ Error ຢູ່ຄົນດຽວ ບາງເທື່ອອາດມີຄົນທີ່ເຈັບປວດມາກ່ອນແລ້ວມາແຊຣ໌ປະສົບການກໍ່ມີຢູ່ຖົມໄປ.

3. Front-end Frameworks

ນັບວ່າເປັນຊ່ວງແຫ່ງການເລືອກໝູ່ບ້ານກັນເລີຍສຳລັບຝັ່ງໜ້າບ້ານ(Front-end) ເຊິ່ງຫຼັກໆແລ້ວກໍ່ຈະມີຢູ່ 3 Frameworks ທີ່ນິຍົມກັນຄື:

-ReactJS

-AngularJS

-VueJS

ແຕ່ຕາມຄວາມເປັນຈິງແລ້ວ Framework ແຕ່ລະໂຕກໍ່ຈະມີຈຸດພິເສດ ຫຼື ວ່າຈຸດຂາຍຂອງຕົວເອງ. ສະນັ້ນ, ຖ້າຫາກທ່ານກໍາລັງເລືອກ Framework ທີ່ເໝາະກັບໜ້າຕາ ແລະ ຊົງຜົມຂອງທ່ານຢູ່ກໍ່ຄວນເລືອກ Framework ທີ່ມີ community ໃຫຍ່(ແຕ່ມັນກະໃຫຍ່ໝົດໃດລ່ະ ເອົາເປັນວ່າຖ້າຍັງເລືອກບໍ່ຖືກລອງ VueJS ຫະຫະຫະ) ເພາະວ່າຫາກພົບ Error ຫຼື ບໍ່ເຂົ້າໃຈການເຮັດວຽກໃນສ່ວນໃດຈຶ່ງສາມາດຄົ້ນຫາຂໍ້ມູນໄດ້ສະດວກ.

4. Web Components / Compiler

ມາເຖິງບ່ອນນີ້ກໍ່ຄົງຕ້ອງທຳຄວາມເຂົ້າໃຈກັນກ່ອນວ່າ Web Components ແມ່ນຫຍັງ ເພາະວ່າບາງຄົນກໍ່ອາດຈະຍັງເປັນຜູ້ທີ່ກຳລັງເລີ່ມຕົ້ນສຶກສາ.

Web Components ແມ່ນສ່ວນຕ່າງໆທີ່ຢູ່ເທິງໜ້າເວັບຂອງເຮົານັ້ນເອງ, ເຊິ່ງມັນກໍ່ຈະມີບາງສ່ວນທີ່ເຮົາໄດ້ໃຊ້ຕະຫຼອດເຮົາຈຶ່ງຂຽນແຍກເປັນ UI ຍ່ອຍໆໄວ້ຕ່າງຫາກ(ເພື່ອນຳໄປໃຊ້ໃນຄັ້ງຕໍ່ໄປ ຫຼື reuse) ຫຼື Components ຫັ້ນລ່ະ.

ເປັນຫຍັງຈຶ່ງຕ້ອງແຍກ Components?

ຖ້າເຮົາເລີ່ມໂປຣເຈັກໃໝ່ແຕ່ຕ້ອງການໃຊ້ Component ແບບດຽວກັນກັບໂປຣເຈັກກ່ອນ ຫຼື ຢາກໄດ້ Component ແບບເດີມເອົາໄປໃຊ້ຢູ່ບ່ອນອື່ນກໍ່ສາມາດສະແດງຜົນແບບດຽວກັນບໍ່ຜິດພ້ຽນ, ຖ້າເຮົາບໍ່ແຍກກໍ່ຕ້ອງໄດ້ກັບມາຂຽນໃໝ່ອີກ(ມັນເປັນບາບຕໍ່ຕົນເອງ) ດັ່ງນັ້ນ,ຈຶ່ງມີພະເອກຂີ່ຢູນິຄອນມາຈັດການກັບບັນຫານີ້ ນັ້ນກໍ່ຄືມາດຕະຖານໃໝ່ທີ່ເອີ້ນວ່າ Web Components ນັ້ນເອງໆໆໆໆ.

ສ່ວນເຄື່ອງໄມ້ເຄື່ອງມືທີ່ໄວ້ເຮັດ Web Component ກໍ່ຈະມີ: Stencil.js, lit-element, Vanilla, ShadowDOM,Vue.js…

5.Static Web pages

Photo by Igor Miske on Unsplash

ຫຼາຍປີທີ່ຜ່ານມາການເຮັດ Static Web Pages ກໍ່ໄດ້ຮັບຄວາມນິຍົມຢ່າງຫຼວງຫຼາຍເນື່ອງຈາກເວບທີ່ເປັນ Static ຈະບໍ່ມີການປ່ຽນແປງຫຍັງຫຼາຍຈຶ່ງເຮັດໃຫ້ຜູ້ໃຊ້ມີຄວາມຄຸ້ນເຄີຍກັບເວບໄຊຂອງເຮົາໄດ້ໄວ ແລະ ດ້ານການການຕອບສະໜອງກໍ່ໄວເຊັ່ນກັນ.

ສ່ວນດ້ານການພັດທະນາກໍ່ຖືວ່າບໍ່ສ້າງຮອຍຕີນກາໃຫ້ແກ່ນັກພັດທະນາພໍປານໃດ.

6.Progressive Web Apps

ນີ້ຄືສິ່ງທີ່ຈະມາປ່ຽນແປງນິຍາມຄຳວ່າເວບໄຊໄປຕະຫຼອດການ ເນື່ອງຈາກຄຸນສົມບັດທີ່ Dev ຄົນໃດກໍ່ບໍ່ອາດຈະປະຕິເສດໄດ້, ຜູ້ໃຊ້ສາມາດເຂົ້າເຖິງເວບໄຊໄດ້ທຸກເມື່ອ(ເຖິງຈະOfflineກໍ່ຕາມ) ແລະ ເວບເອງກໍ່ຈະບໍ່ແມ່ນເວບທຳມະດາອີກຕໍ່ໄປເນື່ອງຈາກເວບກໍ່ສາມາດເຂົ້າເຖິງ Hardware ຕ່າງໆຂອງຜູ່ໃຊ້ໄດ້ຫຼາຍຂຶ້ນເຊິ່ງຈະເຮັດໃຫ້ເວບໄຊສາມາດເຮັດວຽກໄດ້ແບບດຽວກັບ Application (ເວບໄຊຕິດປີກ).

7.Serverless

Serverless ໃນປີ 2018 ຂ້ອນຂ້າງຈະບູມສົມຄວນ(ຫຼາຍປີຜ່ານມາຄົນກະໃຊ້ກັນເຕັມບ້ານເຕັມເມືອງແຕ່ປີທີ່ຜ່ານມາເຫັນຄົນເວົ້າເຖິງຫຼາຍ)ເນື່ອງຈາກມັນໄດ້ຕັດບັນຫາເລື່ອງການເບິ່ງແຍງເຊີເວີໄປ(ໝາຍເຖິງເຮົາບໍ່ມີເຄື່ອງເຊີເວີຫັ້ນແຫຼະ), ແລ້ວພາກັນໄປເຊົ່ານໍາຜູ້ໃຫ້ບໍລິການ Could ຕ່າງໆແທນເຊັ່ນ: AWS, Google Could, Azure. ນັກພັດທະນາບໍ່ວ່າຈະເປັນເວບ ຫຼື ແອັບສາມາດນຳ Code ທີ່ເຮົາຂຽນໄປວາງຢູ່ເທິງເຊີເວີຂອງແຕ່ລະເຈົ້າໄດ້ ແລະ ເຮົາກໍ່ສາມາດຄວບຄຸມຊັບພະຍາກອນຕ່າງໆພາຍໃນນັ້ນໄດ້ອີກ.

ແລະຍັງມີຂໍ້ດີອີກນັບຮ້ອຍປະການ, ສະນັ້ນມັນຈຶ່ງເຮັດໃຫ້ຫຼາຍອົງກອນ ແລະ ບໍລິສັດຕ່າງໆກໍ່ຫັນມາໃຊ້ Serverless ຫຼາຍຂຶ້ນເລື້ອຍໆ.

8.AI/Bots

Photo by Markus Spiske on Unsplash

ປີ 2018 ຖ້າຕາມຂ່າວເລື່ອງ Ai ຫຼື Machine learning ມາສົມຄວນກໍ່ຈະພົບວ່າ ຫຼາຍອົງກອນລະດັບຊັ້ນນຳຂອງໂລກກໍ່ໃຫ້ຄວາມສຳຄັນໃນການພັດທະນາ ແລະ ນຳມາປະຍຸກໃຊ້ເຂົ້າໃນວຽກງານດ້ານຕ່າງໆຢ່າງຫຼວງຫຼາຍເຊັ່ນ:ການນຳເອົາລະບົບຈົດຈຳໃບໜ້າໃຊ້ໃນອຸປະກອນຕ່າງໆ ຫຼື ການວິເຄາະພະຍາດໃນດ້ານການແພດເປັນຕົ້ນ. ຜົນທີ່ໄດ້ຮັບກໍ່ຖືວ່າມີຄວາມແມ່ນຢຳສູງໃນລະດັບທີ່ຍອມຮັບໄດ້ ແລະ ສາມາດນຳມາໃຊ້ໄດ້, ສ່ວນໃນດ້ານຂອງເວບໄຊເອງກໍ່ຈະມີຟີເຈີຂອງປັນຍາປະດິດທີ່ເປັນ Library ມີທັງຟຣີ ແລະ ເສີຍເງິນໃຫ້ນັກພັດທະນາທີ່ສົນໃຈໄດ້ນຳມາທົດລອງ ຫຼື ປັບໃຊ້ໃນໂປຣເຈັກຂອງຕົນເອງ.

--

--