ເລີ່ມຕົ້ນຂຽນ Codeigniter Framework ຈາກ 0–100 ຕອນທີ 1

Tong THAMMAVONG
VtCamp
Published in
3 min readJul 8, 2018

ຄວາມຮູ້ພື້ນຖານທີ່ຈະຕ້ອງມີ : PHP, HTML, CSS, javascript, OOP

ທຳຄວາມເຂົ້າໃຈກ່ຽວກັບ Codeigniter:

Codeigniter ຄື Framework ທີ່ພັດທະນາມາຈາກພາສາ PHP ເປັນເຄື່ອງມືຊ່ວຍໃນການພັດທະນາເວັບໄຊ ແລະ ເວັບແອບພຣິເຄຊັ່ນ ເຊິ່ງ ລວມເຄື່ອງມືຕ່າງໆໃນການພັດທະນາ ໂດຍມີໂຄງສ້າງການພັດທະນາຢ່າງເປັນລະບົບ ດ້ວຍຫຼັກການ (MVC) ແລະ ລວມຄຳສັ່ງຕ່າງໆທີ່ຈຳເປັນຕໍ່ການພັດທະນາເວັບໄຊດ້ວຍ PHP ໄວ້ພາຍໃນ Codeigniter ເຊິ່ງພັດທະນາໂດຍ Rick Ellis ເຊິ່ງເປັນ Open source ສາມາດດາວໂຫຼດ ແລະ ໃຊ້ງານໄດ້ຝຣີ ພັດທະນາຂຶ້ນໃນປີ 2006 ຈົນມາຮອດປັດຈຸບັນ

MVC ຄືຫຍັງ?

MVC ຫຍໍ້ມາຈາກ (Model-View-Controller) ເປັນການແຍກສ່ວນປະມວນຜົນອອກຈາກສ່ວນສະແດງຜົນເຮັດໃຫ້ມີຄວາມປອດໄພຫຼາຍຍິ່ງຂຶ້ນ ແລະງ່າຍຕໍ່ການພັດທະນາໂປຣແກຣມ ໂຄ້ດທີ່ຂຽນມາຈະເປັນລະບຽບ ແລະ ງ່າຍຕໍ່ການນຳໄປແກ້ໄຂ ແລະ ຍັງອອກແບບມາໃຫ້ສາມາດຕິດຕໍ່ກັບຖານຂໍ້ມູນຊະນິດຕ່າງໆໄດ້ງ່າຍອີກດ້ວຍ ເຊັ່ນ mysql, Postgress, sqlserver, Oracle ເປັນຕົ້ນ.

Controller: ຄືຕົວກາງໃນການຈັດການກັບ Model ໂດຍຂຶ້ນຢູ່ກັບ View ແລະເຮັດໜ້າທີ່ເອົາຂໍ້ມູນມາຈາກ Model ເພື່ອນຳໄປສະແດງຜົນທີ່ View

Model : Model ຄືສ່ວນທີ່ເອີ້ນຂໍ້ມູນມາຈາກ Database ຫຼັງຈາກນັ້ນ Controller ຈະມາເອີ້ນເອົາແລ້ວສົ່ງໄປໃຫ້ View

View : ຄືສ່ວນສະແດງຜົນຂໍ້ມູນ ຕ່າງທີ່ຜູ້ໃຊ້ເຫັນ

ຕຽມຄວາມພ້ອມກ່ອນເລີ່ມຂຽນ

  • ດາວໂຫຼດຕົວ editor ເຊິ່ງຕົວທີ່ຈະໃຊ້ແມ່ນ Visual Studio Code https://code.visualstudio.com/
  • ດາວໂຫຼດຕົວຈຳລອງເຊີເວີເຊັ່ນ: xampp ຫຼື mamp ຫຼື ຕົວຈຳລອງ ເຊີເວີອື່ນໆ ໃນນີ້ເຮົາຈະໃຊ້ xampp : https://www.apachefriends.org/index.html ແລ້ວຕິດຕັ້ງ (ໝາຍເຫດ ເມື່ອຕິດຕັ້ງແລ້ວ xampp ຈະບໍ່ໄດ້ໃສ່ລະຫັດ ເຂົ້າ database ຖ້າຕ້ອງການໃສ່ຈະຕ້ອງໄດ້ config ເອົາ) ແລ້ວ ຈະພົບ File ຢູ່:

ເລີ່ມຕົ້ນຂຽນ Codeigniter

ດາວໂຫຼດ File Codeigniter: https://codeigniter.com/

  • ຫຼັງຈາກນັ້ນເປີດ xampp ຂຶ້ນມາ ແລ້ວກົດ start Apache ແລະ MySQL
  • copy file ທີ່ດາວໂຫຼດໄປໄວ້ໃນ ຕົວ htdocs(C:\xampp\htdocs) ແລ້ວ Extract File ແລະປ່ຽນຊື່ຕາມທີ່ເຮົາຕ້ອງການ
ຕົວຢ່າງທີ່ແຕກ File ແລ້ວ ແລະ ຕັ້ງຊື່ File ເປັນ Codeigniter
  • ຫຼັງຈາກນັ້ນເປີດ Browser Google Chrome ຫຼື FireFox ແລ້ວພິມ localhost/Codeigniter
ນີ້ຄືພາບທີ່ຈະໄດ້ຫຼັງຈາກ ພິມ localhost/Codeigniter

ທົດສອບ Helloworld ກັນ

ເປີດ Visual Studio Code ຂຶ້ນມາຫຼັງຈາກນັ້ນproject ໂດຍເຂົ້າໄປທີ່ File/Add Folder to Workspace ຫຼັງຈາກນັ້ນເຂົ້າໄປທີ່ຢູ່ໂປຣເຈັກຂອງເຮົາ C:\xampp\htdocs\Codeigniter (ສາມາດ copy path ໄປວາງໃສ່ໄດ້) ແລ້ວກົດ Add

  • application/views/welcome_message.php ແລ້ວລົບຂໍ້ມູນໃນ tag body ອອກ ແລະ ເພີ່ມ <h1>Hello World </h1> ແລ້ວກົດ ctrl+s ເພື່ອ save
Codeigniter/application/views/welcome_message.php
  • ຕໍ່ໄປເຂົ້າໄປທີ່ application/controllers/Welcome.php ເພື່ອໂຫຼດ view(‘welcome_message’) ເພື່ອສະແດງຜົນ ໃນນີ້ເຮົາຈະເຫັນວ່າມັນໄດ້ໂຫຼດ view(‘welcome)message’) ໄວ້ໃຫ້ເຮົາແລ້ວ
Codeigniter/application/controllers/Welcome.php

ເມື່ອເຮົາສ້າງໂປຣເຈັກຂຶ້ນມາ welcome.php ໃນ controllers ຄືໄຟລ໌ທຳອິດທີ່ codeigniter ໂຫຼດຂຶ້ນມາໃຊ້ ແລ້ວແລ່ນໄປທີ່ method ຫຼື function index() . ດັ່ງທີ່ໄດ້ອະທິບາຍໄປວ່າ controllers ຄືຕົວທີ່ສົ່ງຂໍ້ມູນໄປໃຫ້ view ແລະ ໂຫຼດ view ຂຶ້ນມາສະແດງຜົນເຊິ່ງໃນນີ້ມັນໄດ້ໂຫຼດ view(‘welcome_message’) ຂຶ້ນມາສະແດງຜົນດັ່ງທີ່ເຮົາເຫັນຕອນເປີດ project ຂຶ້ນມາຄັ້ງແລກນັ້ນຄື view(‘welcome_message’)

ຄຳສັ່ງໃນການໂຫຼດວີວ: $this->load->view(“ຊື່viewທີ່ຕ້ອງການໂຫຼດຂຶ້ນມາ”);

ຕໍ່ໄປລອງ run ໂດຍການໄປກົດ refresh ໜ້າ project ທີ່ Browser ຂອງເຮົາ ຫຼື F5 ກະຈະໄດ້ຄຳຕອບ:

Easy222222222

ຖ້າຕິດຕາມຕອນຕໍ່ໄປໃນ ໄວໆ to be Continue>>>

# ມືໃຫມ່ຫັດຂຽນ ບໍ່ເຂົ້າໃຈສ່ວນໃດສາມາດຄອມເມັ້ນກັນໄດ້ເລີຍ ຫຼື ຕິສົມກັນໄດ້ເພາະຫາກະເລີ່ມຂຽນຄັ້ງແລກ

--

--