ອັພເວັບນຳ Firebase Hosting ງ່າຍໆ ໃຊ້ຟຮີ

Khampasith Chanthavong
VtCamp
Published in
3 min readMay 24, 2018

Firebase Hosting ເປັນອີກໜຶ່ງບໍລິການຂອງ Google ທີ່ເຮົາສາມາດຝາກເວັບໄຊ Static ໄດ້ຢ່າງງ່າຍໆ ໂດຍນຳຝາຍ html css javascript ອັພຂຶ້ນ

ຈາກຕອນທີ່ແລ້ວເຮົາໄດ້ ສ້າງໂປຣເຈັກໃນ Firebase ໄປແລ້ວ

1.ເຂົ້າໄປທີ່ແຖບເມນູດ້ານຊາຍ Hosting > GET STARTED

2.ມັນຈະແນະນຳໃຫ້ໄປ ຕັ້ງ firebase-tools
ແຕ່ກ່ອນຈະໃຊ້ຄຳສັ່ງນີ້ໄດ້ ຕ້ອງໄດ້ລົງ Nodejs ກ່ອນ ຈຶ່ງຈະສາມາດໃຊ້ຄຳສັ່ງ npmໄດ້

Firebase-tools ເປັນເຄື່ອງມື້ຕົວໜຶ່ງທີ່ສາມາດຈັດການ ຫຼາຍຢ່າງໃນ firebase ໄດ້ບໍ່ວ່າຈະເປັນ hosting,database ແລະ config ຕ່າງໆ ຖືວ່າຂາດບໍ່ໄດ້ເລີຍລະ

ຖ້າຫຍັງຢູ່ ລົງເລີຍ

npm install -g firebase-tools

ລົງສຳເລັດແລ້ວ ໄດ້ດັ່ງຮູບ

3.ຄຳສັ່ງfirebase login ເປັນການເຂົ້າສູ້ລະບົບ

ຈະມີການຂໍອາຍຸຍາດເຂົ້າສູ້ລະບົບ

ເມື່ອເຂົ້າສູ່ລະບົບສຳເລັດ

firebase init ສ້າງໂປຣເຈັກເລີ່ມຕົ້ນໃນເຄື່ອງເຮົາ

Are you ready to proceed? => Yes

What Firebase CLI features do you want to setup for this folder? => Enter ເລືອກທີຢູ່ ເອົາໄວໃສ່ ຖືກລະບໍ່

ເລືອກ Project ທີເຮົາສ້າງຈາກຕອນທີ່ແລ້ວ mounoydev

What file should be used for Database Rules? (database.rules.json)=> Enter
ຂ້າມໄປກ່ອນເລື່ອງ Database ໄວ້ຊິມາເວົ້າຄືນ

What do you want to use as your public directory? (public) =>Enter
ຖ້າເຮົາຢາກປ່ຽນຊິື່ກໍພິມຊື່ລົງໄປ ແຕ່ໃນທີນີ້ຈະເອົາເປັນທີ່ມັນໃຫ້ມາເປັນມາດຕະຖານເລີຍ public

ເຊຶ່ງ public ຈະເປັນເກັບບ່ອນເວັບໄຊຂອງເຮົາ

Configure as a single-page app (rewrite all urls to /index.html)? => y
ສ້າງ ແລະ ຕັ້ງຫນ້າ index.html ເປັນຫນ້າຫຼັກ

ເຢສຳເລັດ ໄປອີກຂັ້ນຕອນ

ໂຄງສ້າງ ທີ Firebase Tool ສ້າງໃຫ້

public ຄື່ ສວນເກັບຫນ້າເວັບເຊັ່ນ index.html (ເອົາເວັບຝາຍທີຂຽນມາເກັບໄວ້ສ່ວນນີ້ເລີຍ)
database.rules.json ຄື່ ເກັບການຕັ້ງຄ່າຂອງ database
firebase.json ຄື່ ເກັບຄ່າເລີ່ມຕົ້ນຂອງໂປຣເຈັກ

ສັ່ງອັພເວັບໄຊ

firebase deploy ສັ່ງອັພເວັບໄຊຂຶ້ນ firebase

ເມື່ອ Deploy ສຳເລັດ ລອງເຂົ້າໄປ URL ທີ່ມັນໃຫ້ມາ https://mounoydev.firebaseapp.com/ ເຊຶ່ງຊື່ແຕ່ລະໂປຣເຈັກຈະບໍ່ຄື່ກັນ

ສາມາດເຂົ້າເບຶ່ງURLຈາກເວັບໄດ້ Firebase > Hosting

ພຽງເຮົານີ້ກໍມີເວັບເປັນຂອງເຮົາເອງລະ

ລອງຫຼິ້ນໆ ປ່ຽນ public/index.html ຕາມໃຊ້ມັກເລີຍ

--

--