React Native ແມ່ນຫຍັງ?

Saleumsack KEOBOUALAY
VtCamp
Published in
2 min readMay 19, 2018

React Native ແມ່ນ framework ສຳລັບການພັດທະນາແອັບພິເຄຊັ່ນເທິງມືຖືທີ່ເປັນ Native ຜ່ານການນຳໃຊ້ພຽງແຕ່ເຕັກໂນໂລຊີຂອງ React ແລະ ພາສາ JavaScript ຖືກພັດທະນາໂດຍ Facebook :D

ຜົນ​ການ​ຊອກຫາ​ສຳລັບ React native png
https://facebook.github.io/react-native/

ມັນຄື Native App!

ການພັດທະນາ React Native, ບໍ່ແມ່ນການເຮັດແອັບໃຫ້ເປັນ mobile web app, HTML5 app ຫຼື ວ່າ Hybrid App. ມັນຄືການພັດທະນາແອັບທີ່ເປັນແອັບ Native ຈິງໆ ທີ່ built ໂດຍພາສາ Objective-C ຫຼື ພາສາ Java. ຊື່ງຕ່າງຈາກການພັດທະນາທີນຳໃຊ້ເຕັກໂນໂລຊີຂອງ Hybrid App ທີ່ໃຊ້ Web ເຕັກໂນໂລຊີຄອບການທຳງານຂອງໂຕແອັບອີກເທື່ອໜື່ງ

https://www.sphinx-solution.com/blog/what-you-should-choose-native-vs-cross-platform/

Native Application

ການເຮັດແອັບທີ່ເປັນ Native ແອັບນັ້ນ ຈຳເປັນຕ້ອງໄດ້ສຶກສາພາສາໂປຣແກມຂອງແຕ່ລະ platform ຢ່າງເຊັ່ນ:

  • ຕ້ອງການພັດທະນາແອັບໃນ platform Android ກໍຕ້ອງໄດ້ສຶກສາພາສາ Java ຫຼື Kotlin ແລະ ສະຖາປັດຕະຍະກຳການເຮັດວຽກຂອງ Android
  • ຕ້ອງການພັດທະນາແອັບໃນ platform iOS ຫຼື iPhone ກໍຕ້ອງໄດ້ສຶກສາພາສາໂປຣແກຣມຢ່າງ Objective-C ຫຼື Swift ແລະ ສະຖາປັດຕະຍະກຳການເຮັດວຽກຂອງ iOS
http://www.ndimensionz.com/kb/what-you-dont-know-about-mobile-app-development-in-india-2015-2016-statistics-facts-figures/

ຂໍ້ດີຂອງການເຮັດແອັບທີເປັນ Native

  • ໄວ
  • ສະດວກ
  • ຄວາມຮູ້ສຶກໃນການໃຊ້ງານທີ່ບໍ່ຜິດພ້ຽນ ຫຼື ແຕກຕ່າງ
  • ເຮັດວຽກໄດ້ຢ່າງຖືກຕ້ອງ
https://gbksoft.com/blog/native-web-or-hybrid-apps/

ຫຼຸດເວລາດ້ວຍ React Native

React Native ເປັນການພັດທະນາແບບ Cross-platform ສາມາດເວົ້າໄດ້ວ່າ ຮຽນຮູ້ພຽງເຕັກໂນໂລຊີດຽວນຳໄປໃຊ້ໄດ້ກັບທຸກ platforms ຢ່າງ android ຫຼື iOS ໄດ້. ຊື່ງຂໍ້ໄດ້ປຽບຂອງ React Native ກໍຄື ເຮົາຈະໄດ້ແອັບທີ່ເປັນ Native ແທ້ ເຖີງແມ້ວ່າເຮົາຈະບໍ່ໄດ້ນຳໃຊ້ພາສາ Native ຢ່າງ Java(android) ແລະ Swift(iOS) ເປັນຕົ້ນ. ນອກນັ້ນຍັງສາມາດໃຊ້ກັບ Web ໄດ້ດ້ວຍ ແຕ່ຈະເປັນໃນຮູບແບບຂອງ ReactJS ແທນ :D

https://www.couponhippo.in/blog/reasons-to-choose-react-native

ສຳລັບຂໍ້ມູນເພີ່ມຕື່ມ ;)

--

--