Setting APNs to Android TV box using ADB

xangnam phiasakha
VtCamp
Published in
2 min readJun 8, 2019
credit: https://www.xda-developers.com/what-is-adb/

ສະບາຍດີ ສຳລັບ blog ນີ້ຈະຂຽນເປັນບົດຄວາມສັ້ນໆໃນການແກ້ບັນຫາຄົນທີ່ໃຊ້ Android phone ຫຼື Android TV ທີ່ເມື່ອຈະຕັ້ງ APNs ແລ້ວບໍ່ມີປຸ່ມເພີ່ມ APNS ໃຫ້ເຮົາກົດເພື່ອ setting APNs ໃຫ້ກັບ operator ທີ່ເຮົາໃຊ້ຢູ່

ຮູບສະແດງ ໜ້າ setting APNs ທີ່ບໍ່ມີປຸ່ມ ເພີ່ມ APNs ເອງ

ກ່ອນອື່ນເຮົາຕ້ອງຮູ້ສາເຫດກ່ອນວ່າເປັນນຳຫຍັງ!! ທີ່ເປັນແບບນີ້ຍ້ອນວ່າ Android Phone ຫຼື Android TV firmware ນັ້ນໆບໍ່ support operator ຂອງເຮົາ ແລະ ເຈົ້າຂອງຜະລິດຕະພັນກໍ່ຕັດ feature Add APNs ອອກເນື່ອງຈາກເຫດຜົນບາງຢ່າງຂອງເຂົາເຈົ້າ (ຄິດວ່າມັນຈະງ່າຍຕໍ່ຜູ້ໃຊ້) ເພາະຖ້າ operator ທີ່ device ນັ້ນ supported ຈະ auto setting APNs ໃຫ້ເອງພຽງແຕ່ໃສ່ sim card ເຂົ້າໄປກໍ່ສາມາດອອກ Internet ໄດ້ເລີຍ.

ແລ້ວຖ້າ operator ຂອງປະເທດເຮົາ device ນັ້ນບໍ່ support ຈະເຮັດແນວໃດ ທຸກຢ່າງມີທາງອອກສະເໝີ ໃຈເຢັນໆ! ທາງອອກກໍລະນີນີ້ທີ່ງ່າຍທີ່ສຸດທີ່ຜູ້ຂຽນໄປຄົ້ນເຈີແມ່ນໃຊ້ adb ໄປ ເພີ່ມ APNs ເອງເລີຍ ນຳມາເລີຍຈະບອກວິທີໃຫ້!

Solution

ກ່ອນອື່ນໄປຕິດຕັ້ງ android sdk ໃຫ້ຮຽບຮ້ອຍເສຍກ່ອນ ແລະ ໄປ root device ມາພ້ອມ ແຕ່ android device ທີ່ຜ່ານການ custom ມາສ່ວນຫຼາຍຈະ root ມາໃຫ້ພ້ອມ(ພວກນອກຄອກ) ຫຼັງຈາກນັ້ນຕໍ່ສາຍ USB ຂອງ android device ນັ້ນໃສ່ computer ແລະ ໄປເປີດ developer mode ພ້ອມ enable USB DEBUGGING ແລະ enable CONNECT TO COMPUTER ຫຼັງຈາກນັ້ນພີມຄຳສັ່ງດັ່ງນີ້

$ adb devices

ຄຳສັ່ງທາງເທິງ lists device ທີ່ຕໍ່ເຂົ້າຫາ computer ຂອງເຮົາ

$ adb shell
$ su

ຄຳສັ່ງທາງເທິງ ເປັນການ remote shell ໄປຫາ device ແລະ ໃຊ້ສິດ root

ແລະ ສຸດທ້າຍກໍ່ເປັນການເພີ່ມ APNs ຂອງປະເທດເຮົາ (Lao.P.D.R Operator)

// unitel$ content insert --uri content://telephony/carriers \--bind name:s:"unitel 4G" \--bind numeric:s:"45703" \--bind type:s:"default,sulp" \--bind mcc:i:457 \--bind mnc:s:03 \--bind apn:s:unitel4g// LTC$ content insert --uri content://telephony/carriers \--bind name:s:"lte4g" \--bind numeric:s:"45701" \--bind type:s:"default,sulp" \--bind mcc:i:457 \--bind mnc:s:01 \--bind apn:s:lte4g

query ເບິ່ງ operator ທີ່ມີຢູ່ໃນ android device ດັ່ງກ່າວ

$ content query --uri content://telephony/carriers --where "name='<operator name>'"

ຫຼັ້ງຈາກນັ້ນກໍ່ re-boot android device ນັ້ນ ແລະ ກໍ່ Boom!!! ເປັນອັນສຳເລັດ ຖ້າບໍ່ມີຫຍັງຜິດພາດກໍ່ຈະເຫັນສັນຍານເນັດຂຶ້ນ ບົດຄວາມນີ້ກໍ່ຈົບ ເອົາສັ້ນໆທໍ່ນີ້ລະ ສຳລັບຂໍ້ມູນເພີ່ມເຕີມນຳໄປທີ່ ນີ້ເລີຍ

--

--