ປ່ຽນສີໃຫ້ທຸກເວັບກັນເທາະ!!!

Saleumsack KEOBOUALAY
LaoITDev
Published in
2 min readFeb 17, 2018

ບົດຄວາມເບິ່ງແຍງສຸຂະພາບບົດຄວາມທຳອິດ ບັນຫາໃກ້ໂຕທີ່ເຮົາບໍ່ຄ່ອຍໄດ້ສັງເກດ 😜

ຜົນ​ການ​ຊອກຫາ​ສຳລັບ WTF
https://www.google.com/search?q=WTF&client=firefox-b-ab&tbm=isch&source=iu&ictx=1&fir=HgLbW6EahxfiVM%253A%252CyrmrZgE5asoLLM%252C_&usg=__SRDDE0z847AkhKUmRgTybOYscqE%3D&sa=X&ved=0ahUKEwjO38v1x6zZAhVDlJQKHWxuBzQQ9QEILzAB#imgrc=HgLbW6EahxfiVM:

ບັນຫາ

ຫຼາຍຄົນອາດຈະເຄີຍພົບບັນຫາການໃຊ້ເວັບ ທີ່ເວລາໃຊ້ໄປດົນໆແລ້ວມີອາການປວດຕາ ຢ່າງເຊັ່ນເວັບລຸ່ມນີ້:

https://www.fb.com/laoitdev
https://medium.com
www.youtube.com

ຊື່ງບັນຫາຂອງອາການປວດຕານັ້ນ ສ່ວນໜຶ່ງແມ່ນມີຜົນມາຈາກການທີເວັບເຫຼົ່ານີ້ ມີການໃຊ້ເສດສີຢ່າງເຊັ່ນສີຂາວຫຼາຍເຮັດໃຫ້ເສັ້ນປະສາດຕາຕ້ອງໄດ້ເຮັດວຽກໜັກ ຍິ່ງຈ້ອງໜ້າຈໍ ຫຼື ໃຊ້ໄປນານໆກໍຈະເລີ່ມເກີດອາກາດປວດເມື່ອຍບໍລິເວນເບົ້າຕາ.

ຖ້າເປັນກໍລະນີໃຊ້ງານຍາມແຈ້ງ ຫຼື ຕອນເວັນທົ່ວໄປອາດຈະບໍ່ເກີດບັນຫາ. ແຕ່ຖ້າໄປໃຊ້ໃນຍາມກາງຄືນ ເປັນຕົ້ນແມ່ນໃຊ້ໃນພື້ນທີ່ ທີແວດລ້ອມອ້ອມຂ້າງມີແສງໜ້ອຍກໍຈະຍິ່ງເຮັດໃຫ້ເກີດອາການປວດເມື່ອຍຫຼາຍຂຶ້ນຕື່ມ :(

ແນວທາງການແກ້ໄຂ

ສະນັ້ນ, ເພື່ອຫຼຸດອາການປວດເມື່ອຍດັ່ງກ່າວ ຜູ່ຂຽນໄດ້ໄປທົດລອງ ແລະ ຄົ້ນຄວ້າຫາຂໍ້ມູນ, ທົດລອງເຮັດ ເຫັນວ່າໄດ້ຜົນກັບໂຕເອງເລີຍເອົາມາແນະນຳກັນ 😃

ກໍຄືການຫຼຸດເສດສີຂາວຈາກເວັບທີ່ເຮົາໃຊ້ປະຈຳໂດຍການປ່ຽນ theme ຫຼື ປັບແຕ່ງ style ຂອງເວັບນັ້ນໆເອງ

ຕິດຕັ້ງ extension ເສີມຂອງ browser ທີ່ຊື່ວ່າ Stylus ໃນທີ່ນີ່ຜູ່ຂຽນໃຊ້ບາວເຊີເປັນ Firefox

ສຳລັບຜູ່ໃຊ້ບາວເຊີ chrome ກໍອາດຈະເປັນ Stylish 😉

ການປັບ style

  • ໃຫ້ເຂົ້າໄປທີເວັບໄຊ www.userstyles.org
  • ຄົ້ນຫາເວັບທີ່ຕ້ອງການຈະປ່ຽນ style
https://userstyles.org/styles/browse?search_terms=medium.com
  • ກົດ Install Style
  • ສຳເລັດ
  • ເຮົາສາມາດເລືອກຈະໃຊ້ style ຫຼື ບໍ່ກໍໄດ້ພຽງແຕ່ຕິກອອກ style ທີ່ກຳລັງໃຊ້ງານຢູ່ 😉
ໄອຄອນ Stylus

ຕົວຢ່າງເວັບທີ່ຜ່ານການໃຊ້ style

https://www.fb.com/laoitdev
https://medium.com
www.youtube.com

ພິເສດ

ສຳລັບບາງເວັບໄຊນັ້ນ ເພີ່ນມີ theme ມືດມາໃນໂຕຢູ່ແລ້ວຢ່າງເຊັ່ນ: YouTube.com ແລ້ວກົດ On ໃນຫົວຂໍ້ Dark Theme

ກົດໃສ່ profile ຕົວເອງ ມຸມຂວາ-ເທິງ

ຜົນໄດ້ຮັບ

ສ່ວນຕົວຫຼັງຈາກທີ່ໄດ້ທົດລອງປ່ຽນ Style ເວັບມາໄດ້ໄລຍະໜື່ງແລ້ວ ອາການປວດຕາກໍຫຼຸດລົງ ສ່ວນໜື່ງກໍມາຈາກຄ່າສີຂາວທີເວັບເຮົາມັກເຂົ້າແມ່ນໜ້ອຍລົງ ບວກກັບ ກ່ອນນອນແມ່ນງົດໃຊ້ໂທລະສັບ ຖ້າໃຊ້ກໍປ່ຽນເປັນ night mode ເພື່ອຫຼຸດແສງສີຂາວ, ແສງສີຟ້າໃນໜ້າຈໍມືຖືທີ່ເປັນໂຕການຫຼັກເຮັດໃຫ້ປະສາດຕາເຮັດວຽກໜັກ ກໍຮູ້ສຶກວ່າດີຂື້ນຈາກແຕ່ກ່ອນຫຼາຍ ບໍ່ຄ່ອຍມີອາການປວດເມື່ອຍ ຫຼື ຄິດໄປເອງກໍບໍ່ຮູ້ ເອົາເປັນວ່າມັນໄດ້ຜົນກໍແລ້ວກັນນ່າ ຮ່າຮ່າຮ່າ 😛

ຖ້າຜູ່ໃດນຳເທັກນິກນີ້ໄປໃຊ້ແລ້ວໄດ້ຜົນຈັງໃດ? ກໍຊ່ວຍກົດ Clapped ຫຼື ແບ່ງປັນໃຫ້ຄົນທີ່ທ່ານຮັກໄດ້ຮູ້ນຳກັນເດີ້ 😄😄😄😄

--

--